ນິທານເຣື່ອງ
ຕົ້ນໂພໃຊກັບລຳອໍ້-ກໍແຂນ |
................................................................................................................................. |
|
| ຄັ້ງນຶ່ງ ເກິດລົມແຣງ
ພັດກົກໄມ້ໃຫຽ່ໂຄ່ນໄປຫລວງຫຼາຍ,ໂພໃຊຕົ້ນ |
| ນຶ່ງຕ້ານກຳລັງລົມພັດບໍ່ຕີງແຕ່ຫາກຫັກໂຄ່ນລົງຈາກຕາຝັ່ງນ້ຳແລະ |
| ໄຫຼໄປຕາມລຳນ້ຳ
ເມື່ອໄປເຖິງປ່າອໍ້ແລະກໍແຂນແຫ່ງນຶ່ງກໍເລີຍຄ້າງຢູ່, |
| ໂພໃຊຕົ້ນນັ້ນເຫັນປ່າອໍ້-ກໍແຂນຍັງດີຢູ່ ຈິ່ງຖາມວ່າ
"ເມື່ອຄືນນີ້ |
| ລົມແຣງບໍ່ພັດມາຣອດັວກຫມູ່ເຈົ້າບໍ? ພວກເຈົ້າຍັງດີຢູ່ແລະບໍ່ |
| ຫັກໂຄ່ນ?" ປ່າອໍ້-ກໍແຂນຈິ່ງຕອບວ່າ
"ລົມແຣງພັດມາຮອດຕູ |
| ຂ້ອຍຄືກັນ, ແຕ່ຕູຂ້ອຍຣູ້ຈັກກຳລັງຂອງຕູ
ຂ້ອຍຢູ່ແລ້ວຈະຕ້ານລົມ |
| ນັ້ນບໍ່ໄຫວ, ເຫດນັນ
ເມື່ອລົມພັດມາເທື່ອໃດຕູຂ້ອຍຈຶ່ງບໍ່ຕັ້ງຕົ້ນລຳ |
| ຕ້າມລົມພໍແຕ່ອ່ອນໄປນຳລົມເສັຽກ່ອນ ລົມແຣງກາຍໄປແລ້ວ |
| ຈິ່ງຕັ້ງລຳຂຶ້ນໃຫມ່
ເຫດນີ້ຕູຂ້ອຍຈິ່ງບໍ່ເປັນຫຽັງ". |
................................................................................................................................. |
|