ນິທານເຣື່ອງ
ລູກເນື້ອ |
................................................................................................................................. |
|
|
ຄັ້ງນຶ່ງພຣະໂພທິສັດເກີດເປັນພຍາເນື້ອ ຢູ່ໃນປ່າຫິນພານ, |
| ແມ່ເນື້ອໂຕນຶ່ງເປັນນ້ອງສາວຂອງພຍາເນື້ອ
ຄັນພໍແຕ່ແມ່ເນື້ອໂຕ |
| ນັ້ນໄດ້ລູກແລ້ວຈິ່ງສົ່ງລູກຂອງຕົນໄປຣຽນວິຊາເອົາ
ໂຕລອດໃນເວລາ |
| ຖືກບ້ວງຂອງນາຍພາຍ
ນຳພຍາເນື້ອລູກເນື້ອໂຕນັ້ນກໍໄປຣຽນດ້ວຍ |
| ຄວາມຍິນດີຈົນຊຳນານໃນວິຊາເອົາໂຕລອດຈາກອັນຕະຣາຍ |
| ທຸກຍ່າງ. ມື້ນຶ່ງ
ລູກເນື້ອນັ້ນໄປຖືກບ້ວງຂອງນາຍພານ, |
| ແມ່ເນື້ອເຫັນ
ລູກຂອງຕົນນານກັບຜິດເວລາກວ່າຊູ່ມື້ ຈິ່ງໄປ |
| ຖາມພຍາເນື້ອຜູ້ຣ້າຍ, ພຍາເນື້ອບອກວ່າ
"ຢ່າຕົກໃຈ ເພາະຫລານ |
| ຂອງເຣົາໄດ້ຣຽມວິຊາເອົາໂຕລອດຈາກອັນຕະຣາຍມາໄດ້ດີແລ້ວ"
|
| ຝ່າຍລູກເນື້ອ,
ເມື່ອຖືກບ້ວງກໍສະແດງອຸບາຍຕາມວິທີທີ່ພຍາເນື້ອ |
| ໄດ້ສອນໃຫ້ ຄືເຣັດພິທີຕິຕາຍຢູ່ໃນທີ່ນັ້ນ,
ນາຍພານມາເຫັນ |
| ກໍເຂົ້າໃຈວ່າ ລູກເນື້ອຕາຍແລ້ວ
ກໍແກ້ບ້ວງອອກແລ້ວໄປຫາຫັກຟົດ |
| ໄມ້ມາ ເພື່ອຣອງບ່ອນຈະປາດເອົາຊີ້ນເນື້ອ,
ລູກເນື້ອໄດ້ທ່າ |
| ກໍລຸກແລ່ນຫນີໄປໂດຍພລັນຈົນຣອດບ່ອນຢູ່ຂອງແມ່ໂດຍປອດໄພ.
|
................................................................................................................................. |
|