ນິທານເຣື່ອງ
ລິງໄດ້ເປັນເຈົ້າແຫ່ງສັດທັງຫລາຍ |
................................................................................................................................. |
|
|
ຄັ້ງນຶ່ງມີການປະຊຸມສັດທຸກຊນິດ, ເພື່ອຫາຜູ້ເປັນເຈົ້າແຫ່ງສັດ |
| ໃນການຫາເຈົ້າແຫ່ງສັດນັ້ນ
ພວກເຂົາໄດ້ຕົກລົງກັນວ່າ ຜູ້ໃດຟ້ອນ |
| ງາມທີ່ສຸດໄດ້ເປັນເຈົ້າ
ຝູງສັດທັງຫລາຍເຫັນລິງຟ້ອນງາມກວ່າຫມູ່ |
| ສັດສ່ວນຫລາຍເລີຍຍົກລິງຂຶ້ນເປັນເຈົ້າ.ໃນຂນະນັ້ນມີຫມາຈິກຈອກ |
| ໂຕນຶ່ງບໍ່ມັກນຳທີ່ເອົາລິງມາເປັນເຈົ້າຫມູ່
ແຕ່ບໍ່ອອກປາກຢ່າງໃດ. |
| ມື້ນຶ່ງຫມາຈິກຈອກໂຕນັ້ນ
ໄປພໍ້ຕອນຊິ້ນທີນາຍພານເອົາ |
| ໃສ່ກັບຫ້າງໄວ້,ຈິ່ງໄປຊວນເອົາລິງທີ່ເປັນເຈົ້າແຫ່ງສັດນັ້ນມາຫາ |
| ບ່ອນຫ້າງກັບໄວ້ ແລ້ວເວົ້າວ່າ "ນາຍ!
ຂ້ະນ້ອຍມາພໍ້ຕ່ອນຊີ້ນນີ້ |
| ແຕ່ບໍ່ກິນ
ເພາະເຫັນວ່າຕ່ອນຊີ້ນນີ້ຄວນໄວ້ແກ່ທ່ານຜູ່ເປັນເຈົ້າ |
| ແຫ່ງຝູງສັດ; ບັດນີ້,
ຂໍເຊີນທ່ານກິນຕາມສະບາຍ" ລິງໄດ້ຍິນດັງນັ້ນ |
| ກໍດີໃຈບໍ່ພິຈາຣະນາຫນ້າຫລັງ
ຟ້າວເອົາມືທັງສອງໄປຈັບເອົາ |
| ຕອນຊີ້ນ
ເລີຍຖືກກັບລັ່ນຫນີບເອົາມືໄວ້.ລິງຈິ່ງອວ່າຍຫນ້າມາດ່າ |
| ຫມາຈິກຈອກວ່າເປັນຜູ່ຫລອກຫລວງໃຫ້ມັນຖືກກັບ,
ຫມາຈິກຈອກ |
| ຈິ່ງຕອບວ່າ "ເຈົ້າລິງໂງ່ເຣີຍ!
ເຈົ້າຍົກຍໍຊື່ຂອງເຈົ້າຂຶ້ນວ່າເປັນເຈົ້າ |
| ແຫ່ງຝູງສັດ,
ແຕ່ເຈົ້າບໍ່ມີຄວາມສລຽວສລາດສົມຈະເປັນເຈົ້ານາຍ |
| ຂອງຫມູ່ສັດ ຈັກຫນ້ອຍເລີຍ,
ເຈົ້າຖືກກໍສົມພື້ນນ້ຳ |
| ້ເຈົ້າແລ້ວ!" ວ່າແລ້ວ
ຫມາຈິກຈອກກໍຍ່າງຫນີໄປ. |
................................................................................................................................. |
|