ນິທານເຣື່ອງ ຫມາປ່າຫາເຫດ |
................................................................................................................................. |
|
ມີຫມາປ່ໂຕນຶ່ງຍ່າງມາຈາກທາງເຫນືອຂອງຫ້ວຍນ້ຳໄຫລແຫ່ງນຶ່ງ |
| ມັນເຫັນລູກ
ຍອງໂຕນຶ່ງພວນກິນນ້ຳ ຈິ່ງຄຶດວ່າ "ກູຈະກິນລູກຍອງ |
| ໂຕນີ້ໃຫ້ ໄດ້"
ແລ້ວມັນກະຄຶດວ່າ "ແຕ່ເຣົ້າຈະຕ້ອງຫາເຣື່ອງໃຫ້ |
| ້ມັນເຫັນຄວາມຜິດເສັຽ
ກ່ອນ" ຄຶດແລ້ວມັນກໍຍ່າງໄປໃກ້ລູກຍອງແລະ |
| ຂູ່ເຂັນວ່າ
"ມຶງຈອງຫອງດື້ຖືດີ ຍ່າງໃດ ຈິ່ງມາເຣັດນ້ຳກິນຂອງກູ |
| ໃຫ້ຂຸ່ນ!"
ລູກຍອງຈິ່ງຕອບວ່າ "ນ້ຳນີ້ໄຫລ ຈາກເຈົ້າມາຫາຂ້ອຍ, |
| ບໍ່ແມ່ນໄຫລຈາກຂ້ອຍໄປຫາເຈົ້າ
ຈະວ່າຂ້ອຍເຣັດນ້ຳກິນຂອງເຈົ້າ |
| ຂຸ່ນຢ່າງໃດ?"
ຫມາປ່າຫາເຣື່ອງຜິດໃສ່ຕໍ່ໄປວ່າ "ເຖິງມຶງວ່າໄດ້ນ້ຳ |
| ກິນກູຂຸ່ນ
ປີກາຍນີ້ມຶງກໍໄດ້ດ່າກູ!" ລູກຍອງຖຽງວ່າ "ເມື່ອປີກາຍ |
| ນີ້ຂ້ອຍນີ້
ຂ້ອຍຍັງບໍ່ທັນເກິດມາເຫັນເດືອນເຫັນຕາເວັນເລີຍຂ້ອຍ |
| ຈະດ່າເຈົ້າໄດ້ຢ່າງ ໃດ?"
ຫມາປ່າຊ້ຳຫາຄວາມຜິດໃສ່ຕື່ມວ່າ |
| "ເຖິງມຶງບໍ່ໄດ້ດ່າກ ູ,
ພໍ່ຂອງມຶງກໍໄດ້ ດ່າກູນັບວ່າມຶງມີຄວາມຜິດຢູ່!" |
| ວ່າແລ້ວ
ກໍເຂົ້າໄປຄຸບລູກ ຍອງຈົນຕາຍແລ້ວກິນເປັນອາຫານ. |
|
................................................................................................................................. |
|