ນິທານເຣື່ອງ
ສອງສ່ຽວກັບຫມີ |
................................................................................................................................. |
|
| ມີຊາຍສອງຄົນເປັນສ່ຽວກັນ,
ມື້ນຶ່ງພາກັນໄປທ່ຽວດົງ. ຂນະທີພວນ |
| ຍ່າງໄປ ສ່ຽວຜູ່ນຶ່ງເວົ່າວ່າ
"ຖ້າມີສັດຣ້າຍແນວໃດແນວນຶ່ງ ອອກຈາກ |
| ປ່າມາຫາເຈົ້າ, ຂ້ອຍຈະບໍ່ປະເຈົ້າເລີຍ
ຂ້ອຍຈະຢູ່ຊ່ອຍເຈົ້າ" ສ່ຽວອີກ |
| ຜູ້ນຶ່ງກໍເວົ່າວ່າ "ຂ້ອຍກໍຄຶກັນ,
ຂ້ອຍຈະຍອມຕາຍຢູ່ກັບເຈົ້າ ເພື່ອ |
| ຊ່ອຍເຈົ້າ". ຫມ້ອຍບໍ່ນານ,
ກໍມີສຽງທີ່ຫນ້າຢ້ານດັງຂຶ້ນ ບຶດນຶ່ງກໍ |
| ມີຫມີໃຫຽ່ໂຕນຶ່ງ ອອກມາຈາກກ້ອງກັກໄມ້,
ທັນໃດນັ້ນ ສ່ຽວຜູ່ |
| ່ນຶ່ງກໍຟ້າວແລ່ນຫນີຂຶ້ນກັກໃມ້,ສ່ວນສ່ຽວຜູ່ນຶ່ງນັ້ນອ້ວນຕຸ້ຍແຕ່ |
| ກົກໄມ້ບໍ່ໄຫວເລີຍນອນຢູ່ກັບພື້ນດິນ
ເຮັດຕິຕາຍ ໂດຍລາວ |
| ຄຶດວ່າ "ຫມີຄຶດວ່າກູຕາຍ
ມັນຄົງບໍ່ເຮັດຫຽັງກູ". ຝ່າຍຫມີມາເຖິງ |
| ເອົາດັງດົມເບິ່ງແລະຄຶດວ່າ
"ຄົນຕາຍແລ້ວ" ກໍຍ່າງຫນີໄປ. |
|
ສ່ວນສ່ຽວຜູ້ຢູ່ເທິງກົກໄມ້ເຫັນຫມີໄປແລ້ວ ກໍລົງມາຫາສ່ຽວ |
| ແລະຖາມວ່າ
"ຫມີມັນເອົາປາກມາໃສ່ຫູເຈົ້າ ມັນເວົ້າຫຽັງ |
| ກັບເຈົ້າແດ່?"
ສ່ຽວຄົນນັ້ນຈິ່ງເວົ້າວ່າ "ຫມີມັນເວົ້າກັບຂ້ອຍວ່າ |
| "ເຈົ້າຢ່າໄປກັບສ່ຽວທີ່ແລ່ນຫນີຈາກເຈົ້າ
ໃນເມື່ອເຈົ້າຕ້ອງຄວາມ |
| ຊ່ອຍເຫລືອຈາກເຈົ້າ". |
................................................................................................................................. |
|